ແມ່ເນື້ອທອງ แม่เนื้อทอง SletterMind Official MV
>> YOUR LINK HERE: ___ http://youtube.com/watch?v=rplEen7J9PE
Title: ແມ່ເນື້ອທອງ • Artist: SletterMind • Other Platform: https://bfan.link/eimenyy-th-ng • Laos HipHop Country - Rap [95BPM] • Camera by Hanzolo90's • Lyrics: • Hook: • ອ້າຍໄດ້ມາພົບກັບແມ່ເນື້ອທອງ • ເຫັນແລ້ວອ້າຍຢາກໄດ້ມາຈັບຈອງ • ເຖິິງວ່າເຮົາບໍ່ຮູ້ຈັກກັນມາກ່ອນ • ແຕ່ວ່ານ້ອງນັ້ນໜ້າຮັກອ້າຍນີ້ກໍຕ້ອງຍອມ • ຮອຍຍິ້ມນ້ອງນາງນັ້ນມັນໂດນໃຈ • ຢາກໄດ້ຫົວໃຈເຈົ້າມາເກັບໄວ້ • ໃຫ້ອ້າຍດອມດົມບໍ່ຢາກແບ່ງໃຜ • ອ້າຍຍອມທຸກຢ່າງພຽງນ້ອງນາງເປີດໃຈ • verse: • yeah! ອ້າຍເປັນຄົນດີບໍ່ເຊື່ອມາຖາມໃຜກະໄດ້ • ອ້າຍມາເຫັນນ້ອງແວັບແລກບອກເລີຍວ່າໂຄດຖືກໃຈ • ຄວາມຮັກຕ້ອງມັນມິດຊິດຕ້ອງສະກິດມັນຈິ່ງເກີດ • ຖ້າເຮົາໄດ້ຄອງກັນບອກເລີຍວ່າດີເລີດ • ເຖິງວ່າອ້າຍອາດຈະບໍ່ລວຍບໍ່ມີເຮືອນຫຼັງໃຫຍ່ • ເຖິງວ່າອ້າຍໜ້າຕາບໍ່ດີ ແລະ ຂີ່ແຕ່ເວັບໄທ • ແຕ່ຄວາມຮັກມີເຕັມຮ້ອຍອ້າຍໃຫ້ເຈົ້າໝົດໃຈ • ລີລາອ້າຍກໍບໍ່ຊ້ຳໃຜຮັບຮອງວ່າເຈົ້າຕິດໃຈ • ມາຢູ່ນຳອ້າຍນີ້ ອ້າຍຮັບຮອງຄວາມປອດໄພ • ຖ້າມີຄົນມາເຮັດໃຫ້ເຈົ້າທຸກໃຈ ບອກເລິຍອ້າຍພ້ອມໃສ່ • ບໍ່ໄດ້ເລງຫຍັງດ໋ອກ ກໍພຽງຮັກພຽງຫວງ • ອ້າຍແພງເຈົ້າກວ່າເງິນກ້ອນໃຫຍ່ທີ່ເປັນລາງວັນຕອນທີ່ຖືກຫວຍ • ຖ້າອ້າຍໄດ້ຮັກໃຜ ອ້າຍມີແຕ່ຄວາມຈິງໃຈ • ຖ້າອ້າຍເປັນແຟນໃຜ ອ້າຍມີແຕ່ທຸມເທໃຫ້ • ຖ້ານ້ອງນາງປອງໃຈ ໃຫ້ພໍ່ແມ່ອ້າຍເອີ້ນລູກໄພ້ • ນ້ອງຈະບໍ່ເສຍໃຈ ຈະມີພຽງເຈົ້າຕະຫຼອດໄປ • prehook: • ອ້າຍຢາກໃຫ້ເຈົ້າມາເປັນເຈົ້າຂອງຫົວໃຈ • ຢາກໃຫ້ເປັນເຈົ້າບໍ່ແມ່ນຜູ້ຍິງອື່ນໃດ • verse2: • ເຈົ້າບໍ່ຕ້ອງຢ້ານວ່າເຮົາຈະບໍ່ເໝາະສົມກັນ • ເຖິງຟ້າຈະບໍ່ປະທານແຕ່ອ້າຍກໍພ້ອມທີ່ຈະຝ່າຟັນ • ໃຫ້ເຮົາໄດ້ຢູ່ຮ່ວມກັນ ໃຫ້ເຮົາເປັນໜຶ່ງດຽວກັນ • ອ້າຍເວົ້າຄຳໃດຄຳນັ້ນຟ້າດິນສະຫຼາຍກໍບໍ່ປ່ຽນຜັນ • ອ້າຍບໍ່ຄຶດວ່າຊີວິດນີ້ຈະໄດ້ມາພົບກັບນາງຟ້າ • ເຫັນເຈົ້າຍິ້ມມາເທື່ອໃດກໍສວຍງາມບາດຕາ • ຄົນອິຫຍັງກະບໍ່ຮູ້ຄືຫອມແທ້ຫອມວ່າ • ເວລາໄດ້ຢູ່ໃກ້ເຈົ້າຫົວໃຈມັນລວນເກືອບເປັນບ້າ • ອ້າຍກະຢາກໄດ້ໂອກາດໃຫ້ອ້າຍພິສູດໂຕເອງ • ໃນຊີວິດຂອງເຈົ້າໃຫ້ຊາຍຄົນນີ້ໄດ້ເຂົ້າໄປເປັນພະເອກ • ເງິນທອງອ້າຍກໍບໍ່ຫຼາຍແລະມັນເປັນຂອງນອກກາຍ • ແຕ່ຮັບປະກັນວ່າເຈົ້າຈະມີຄວາມສຸກຫຼາຍກວ່າຄວາມທຸກຈົນມື້ຕາຍ • ອ້າຍຊິພາເຈົ້າໄປທ່ຽວ ໄປຂີ່ລົດໄຖນາ • ພາເຈົ້າໄປກິນອ່ອມຫອຍ ແກງໜໍ່ກ້ອຍປາ • ໄປເບິ່ງທຳມະຊາດ ຄວາມງາມບ້ານນາ • ເຫັນແລ້ວຊື່ນຊີວາ ຄືກັບຕອນເຫັນນ້ອງນາງ • #slettermind #ແມ່ເນື້ອທອງ #แม่เนื้อทอง
#############################
